ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ສ້າງ​ແຜນ​ກຳນົດພະນັກງານ ນຳພາ-ບັນຊາ
ຂັ້ນ ກະຊວງປ້ອງກັນປະເທດ ຄຸ້ມ​ຄອງຢູ່ກະຊວງປ້ອງກັນປະເທດ


    ວັນທີ 8 ສິງຫາ 2023 ນີ້, ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມສ້າງແຜນ ກຳນົດພະນັກງານ ນຳພາ-ບັນຊາ ຂັ້ນ
ກະຊວງປ້ອງກັນປະເທດ ຄຸ້ມຄອງ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກ ກະຊວງ,
ຫົວໜ້າຫ້ອງວ່າການ ກະຊວງ ປ້ອງກັນປະເທດ, ມີຄະນະພັກ-ຄະນະ ບັນຊາ ບັນດາກົມ, ຫ້ອງການ ແລະ ກົມກອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ກຳມະການຄະນະປະຈຳພັກ ຫ້ອງວ່າການ, ຮອງຫົວໜ້າ ຫ້ອງວ່າການ ກະຊວງປ້ອງກັນປະ
ເທດ ໄດ້ຜ່ານບົດສະຫຼຸບ ໃຫ້ຮູ້ວ່າ: ການດຳເນີນກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ເປັນການເລືອກເຟັ້ນເປົ້າໝາຍ
ເພື່ອຈັດວາງເຂົ້າໃນໂຄງປະກອບຕຳແໜ່ງງານຂັ້ນຕ່າງໆ ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ ທີ່ຂັ້ນກະຊວງປ້ອງກັນປະເທດ ແນໃສ່ຮັບປະ
ກັນລັກສະນະສືບທອດປ່ຽນແທນ ຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ ພ້ອມກັນນີ້, ເພື່ອເປັນການສຳຫຼວດກວດກາ ແລະ ສະຫຼຸບຕີລາຄາ
ຄືນ ຜ່ານການຈັດຕັ້ງປະຕິບັດແຜນກຳນົດພະນັກງານ ນຳພາ-ບັນຊາຂັ້ນ ກະຊວງປ້ອງກັນປະເທດ ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ ໃນ
ຊຸມປີຜ່ານມາ, ວຽກງານສ້າງແຜນກຳນົດພະນັກງານ-ນຳພາ ບັນຊາ ແມ່ນມີຄວາມສຳຄັນ ເພາະເປັນການປະຕິບັດແນວທາງ ຈັດຕັ້ງຂອງພັກ,
ເປັນຂອດຕັດສິນໃນການຈັດຕັ້ງປະຕິບັດ ແນວທາງແຜນນະໂຍບາຍລວມຂອງພັກ ແລະ ວຽກງານພະນັກງານນຳພາຂອງພັກ ຕໍ່ພາລະກິດປະຕິວັດ
ກໍຄືຜົນສຳເລັດວຽກງານຕົວຈິງຂອງອົງຄະນະພັກ ຫ້ອງວ່າການ ກະຊວງປ້ອງກັນປະເທດ ຍາມໃດ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນກໍໄດ້ເອົາ
ໃຈໃສ່ຊີ້ນຳ-ນຳພາ ເປັນພິເສດ ໃນການສ້າງແຜນກຳນົດພະນັກງານ ເພື່ອຊອກໃຫ້ໄດ້ບັນດາເປົ້າໝາຍທີ່ມີເງື່ອນໄຂ ມາດຖານຄົບຖ້ວນ, ຮັບປະກັນ
ດ້ານປະລິມານ ແລະ ຄຸນນະພາບທັງຈະເປັນພື້ນຖານ ໃຫ້ແກ່ການກໍ່ສ້າງ ພະນັກງານລຸ້ນສືບທອດ ໃນສະເພາະໜ້າ ແລະ ຍາວນານພ້ອມນັ້ນ, ສະ
ຫາຍ ຍັງໄດ້ຮຽກຮ້ອງມາຍັງບັນດາ ສະຫາຍ ຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ໃນການ
ໃຊ້ສິດ ປະຊາທິປະໄຕ ເຕັມສ່ວນ, ສຸມສະຕິປັນຍາໃສ່ໃນການຄົ້ນຄວ້າ, ຄັດເລືອກເອົາເປົ້າໝາຍຜູ້ທີ່ມີ ເງື່ອນໄຂມາດຖານຄົບຖ້ວນເຂົ້າໃນແຜນກຳ
ນົດພະນັກງານນຳພາ-ບັນຊາຂັ້ນ ກະຊວງປ້ອງກັນປະເທດ ຢູ່ ຫ້ອງວ່າການ ກະຊວງປ້ອງກັນປະເທດ ເພື່ອໃຫ້ໄດ້ຜົນສຳເລັດຈົບງາມຕາມຄາດໝາຍ
ທີ່ວາງໄວ້.

ແຫຼ່ງທີ່ມາ ສົມຄິດ ພູມມີຈິດ
ວັນທີ 10/08/2023